ຂ້າມໄປຍັງເນື້ອໃນ
ອພສ ສູນກາງ
ສື່ສານ Active

ອພສ ສູນກາງ (Central Police Station)

ສີລັງກາ

ກ່ຽວກັບອົງການ

ໃນຕອນບ່າຍຂອງວັນຈັນ ທີ 20 ເມສາ 2026, ຄະນະກັມມາທິການການຕ່າງປະເທດ (ກຕປ) ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ (ອພສ) ໄດ້ຈັດກອງປະຊຸມສາມັນຄົບຄະນະຂຶ້ນຢ່າງເປັນທາງການ ເພື່ອທົບທວນຄືນໝາກຜົນການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການບຸລິມະສິດສຳລັບໄລຍະຕໍ່ໜ້າ. ກອງປະຊຸມຄັ້ງນີ້ ໄດ້ຮັບກຽດເມດຕາເປັນປະທານໂດຍ #ພຣະອາຈານໃຫຍ່ ປອ. ດຳຣົງ ພິມມະຈັກ, ຄະນະບໍລິຫານງານປະຈໍາການ, ຮອງປະທານສູນກາງ ອພສ, ຫົວໜ້າກຳມາທິການການຕ່າງປະເທດ ສູນກາງ ອພສ, ພ້ອມດ້ວຍພຣະອາຈານ ປອ. ດາວສະເດັດ ເລີດມະນີ, ຄະນະບໍລິຫານງານປະຈຳການ, ຮອງຫົວໜ້າກັມມາທິການການຕ່າງປະເທດ ແລະ ຄະນະກັມມາທິການເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມໄດ້ພິຈາລະນາບັນດາເນື້ອໃນສຳຄັນຕ່າງໆ ໂດຍສະເພາະແມ່ນການສະຫຼຸບຜົນການເຄື່ອນໄຫວໃນເວທີສາກົນ, ວຽກງານຝຶກອົບຮົມພຣະສະມະນະທູດ ແລະ ທຶນການສຶກສາແລກປ່ຽນ, ການຫັນວຽກງານຂໍ້ມູນຂ່າວສານເປັນດີຈິຕອນ, ການທົບທວນຄວາມຄືບໜ້າວຽກງານການອັນເຊີນພຣະບໍຣົມມະສາຣີຣິກະທາດຈາກອິນເດຍສູ່ປະເທດລາວ, ການສະຫຼຸບຕີລາຄາພຣະສົງລາວທີ່ສະໝັກທຶນການ ສຶກສາ ICCR, ແລະ ການກະກຽມເຂົ້າຮ່ວມງານສະເຫຼີມສະຫຼອງວິສາຂະບູຊາໂລກຄັ້ງທີ 21.

ບົດ ບັນ ທຶກ ຄວາມ ເຂົ້າ ໃຈ ດ້ານ ການ ຊ່ວຍ ເຫຼືອ ສັງ ຄົມ

ລົງນາມ: 10/01/2024 · ໝົດ: 09/01/2029

ມີຜົນ

ໂຄງການແລກປ່ຽນ 2

ເບິ່ງທັງໝົດ →

ໂຄງ ການ ຮຽນ ສາ ສະ ໜາ ຢູ່ ອິນ ເດຍ

2026 · India

ເປີດ

ໂຄງ ການ ສຶກ ສາ ສາ ສະ ໜາ ຢູ່ ສ ຣີ ລັງ ກາ

2025 · Sri Lanka

ໂຄງການຊ່ວຍເຫຼືອ 2

ເບິ່ງທັງໝົດ →

ໂຄງ ການ ໃຫ້ ທຶນ ນັກ ສຶກ ສາ ສາ ສະ ໜາ

2024 · $45,000

ດຳເນີນຢູ່

ໂຄງ ການ ສາ ທາ ລະ ນະ ສຸກ ໃນ ຊຸມ ຊົນ ວັດ

2023 · $28,000

ດຳເນີນຢູ່